ກ່ຽວກັບພວກເຮົາ

ໃສສະອາດການຢາສ້າງຕັ້ງຂຶ້ນໃນປີ 1981 ຈາກທຸລະກິດຄອບຄົວນ້ອຍໆພາຍໃຕ້ ຊື່ “ຮ້ານຂາຍຢານາງອາດ” ຕະຫລອດໄລຍະເວລາຫລາຍກວ່າ 40 ປີໃນປະສົບການເລີ່ມຕັ້ງແຕ່ປີ 1981 ກ່ຽວກັບການສະໜອງຢາ, ອຸປະກອນການແພດ ແລະ ຜະລິດຕະພັນເພື່ອສຸຂະພາບ.

ພວກເຮົາແມ່ນປະສົບຜົນສຳເລັດໃນການສ້າງຄວາມຮັບຮູ້ໃນສັງຄົມ, ສາມາດເຂົ້າເຖິງການບໍລິການທີ່ສ້າງຄວາມເພິ່ງພໍໃຈໃຫ້ກັບລູກຄ້າໂດຍການສະໜອງສິນຄ້າທີ່ມີຄຸນນະພາບດ້ວຍລາຄາສົມເຫດສົມຜົນ, ການບໍລິການທີ່ເປັນເລີດ ແລະ ການຈັດສົ່ງທີ່ກົງຕໍ່ເວລາ.

ໂດຍຍຶດຖືເອົາສິ່ງທີ່ເປັນບູລິມະສິດກໍ່ຄືມີຈັນຍາບັນ ແລະ ຄວາມຊື່ສັດຕໍ່ລູກຄ້າ ແລະ ໄດ້ສົ່ງຕໍ່ສິ່ງນີ້ໃຫ້ກັບພະນັກງານລຸ້ນສູ່ລຸ້ນເພື່ອໃຫ້ຮັກສາມາດຕະຖານໃນການບໍລິການ ເຮັດໃຫ້ລູກຄ້າມີຄວາມເຊື່ອໝັ້ນໃນການບໍລິການ ແລະ ຄິດເຖິງພວກເຮົາທຸກຄັ້ງເວລາທີ່ເຈັບເປັນ.

ໃສສະອາດການຢາ ແມ່ນໃຫ້ຄວາມສຳຄັນກັບການຮັກສາສາຍສຳພັນທີ່ດີກັບລູກຄ້າ. ລູກຄ້າຂອງພວກເຮົາຍັງເຊື່ອໝັ້ນ ແລະ ຢູ່ກັບພວກເຮົາຕະຫຼອດມາຍ້ອນວ່າພວກເຮົາມີຄວາມຕັ້ງໃຈທີ່ຈະສົ່ງຕໍ່ການບໍລິການທີ່ດີທີ່ສຸດໃຫ້ກັບລູກຄ້າ. 

ພວກເຮົາຈະສືບຕໍ່ໃນການຂະຫຍາຍທຸລະກິດເພື່ອການບໍລິການທີ່ໄດ້ຄຸນນະພາບເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງລູກຄ້າໄດ້ ແລະ ຢາກເບິ່ງແຍງທ່ານດັ່ງຄົນໃນຄອບຄົວ.

ໃນປະຈຸບັນ ໃສສະອາດການຢາແມ່ນມີທັງໝົດ 5 ສາຂາ ແລະ 2 ສາຂາ ສຳລັບອຸປະກອນການແພດ ແລະ ມີແຜນທີ່ຈະຂະຫຍາຍສາຂາໃຫ້ໄດ້ 9 ສາຂາພາຍໃນປີ 2025.

ສາຂາ ສະພານທອງ

ສາຂາ ດົງຈອງ

ສາຂາ ຈອມມະນີ

ສາຂາ ໜອງດ້ວງ

ສາຂາ ເຕ້ສອງ

Add to cart